ບໍລິການຂອງພວກເຮົາ
Our services
ຕັ້ງແຕ່ການອອກແບບ, ການກໍ່ສ້າງ ຈົນເຖິງການໃຫ້ເຊົ່າອຸປະກອນກົນຈັກໜັກ.
From design and construction to heavy equipment rental.
ກໍ່ສ້າງຖະໜົນ ແລະ ຂົວ
Roads and bridges
ພວກເຮົາກໍ່ສ້າງ, ສ້ອມແປງ ແລະ ບຳລຸງຮັກສາຖະໜົນຫົນທາງ ແລະ ຂົວ ຕັ້ງແຕ່ຖະໜົນໃນເຂດອຸດສາຫະກຳ ຈົນເຖິງເສັ້ນທາງແຫ່ງຊາດ.
We build, repair and maintain roads and bridges, from industrial-zone roads to national highways.
- ຖະໜົນລາດຢາງ ແລະ ຖະໜົນຄອນກີດAsphalt and concrete roads
- ຂົວ ແລະ ທາງຂ້າມນ້ຳBridges and water crossings
- ປັບປຸງໜ້າດິນ ແລະ ປັບລະດັບຖະໜົນRoad surface improvement and grading
- ເກັບກູ້ດິນເຈື່ອນ ແລະ ສ້ອມແປງສຸກເສີນຫຼັງໄພພິບັດLandslide clearing and emergency repairs after disasters
ໃຫ້ເຊົ່າອຸປະກອນກົນຈັກໜັກ
Heavy equipment rental
ກົນຈັກໜັກ ແລະ ລົດບໍລິຫານທັງໝົດ 38 ຄັນ ເປັນຂອງບໍລິສັດເອງ ບຳລຸງຮັກສາເປັນປະຈຳ ແລະ ມີຄົນຂັບທີ່ມີປະສົບການ ພ້ອມໃຫ້ບໍລິການໃນຫຼາຍແຂວງ.
All 38 machines and vehicles are company-owned, regularly maintained and run by experienced operators, ready to work in many provinces.
- ລົດຈົກ 8 ຄັນ8 excavators
- ລົດເກດ ແລະ ລົດຕັກMotor grader and wheel loader
- ລົດໂລ 4 ຄັນ4 rollers
- ລົດດ້າມ 10 ລໍ້ ແລະ 12 ລໍ້ 11 ຄັນ11 dump trucks, 10- and 12-wheel
- ລົດຫົດນ້ຳ ແລະ ລົດບັນທຸກນ້ຳມັນWater trucks and fuel truck
- ລົດບໍລິຫານ 9 ຄັນ9 company vehicles
ວຽກງານກໍ່ສ້າງ
Construction
ກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກໂຍທາ ດ້ວຍຄຸນນະພາບສູງໃນລາຄາທີ່ສົມເຫດສົມຜົນ ໂດຍໃຫ້ຄວາມສຳຄັນກັບຄວາມປອດໄພ ແລະ ຄວາມຍືນຍົງ.
Infrastructure and civil works of high quality at a fair price, with safety and sustainability first.
- ອາຄານBuildings
- ລະບົບລະບາຍນ້ຳ, ທໍ່ ແລະ ຄອງDrainage, pipes and canals
- ບຸກເບີກ, ຖົມດິນ ແລະ ປັບລະດັບພື້ນທີ່Land clearing, filling and leveling
- ວຽກຄອນກີດConcrete works
ອອກແບບ ແລະ ໃຫ້ຄຳປຶກສາ
Design and consulting
ທີມອອກແບບ ແລະ ວິສະວະກອນຂອງພວກເຮົາ ໃຫ້ຄຳປຶກສາຕັ້ງແຕ່ການວາງແຜນ, ການອອກແບບ ຈົນເຖິງການຄວບຄຸມຄຸນນະພາບ.
Our design team and engineers advise from planning and design through to quality control.
- ອອກແບບຖະໜົນ ແລະ ພື້ນຖານໂຄງລ່າງRoad and infrastructure design
- ສຳຫຼວດ ແລະ ວາງແຜນໂຄງການSurvey and project planning
- ຄວບຄຸມຄຸນນະພາບການກໍ່ສ້າງConstruction quality control